ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ
ໜ້າຫຼັກ/ ຄວາມຮູ້ / ພະຍາບານ ແລະ ຜະດຸງຄັນ /23.1 ການແຍ່ທໍ່ກະເພາະອາຫານ ແລະ ການໃຫ້ອາຫານທາງສາຍຢ່າງ

16/01/2025

23.1 ການແຍ່ທໍ່ກະເພາະອາຫານ ແລະ ການໃຫ້ອາຫານທາງສາຍຢ່າງ


ປະຫວັດຄວາມເປັນມາ

ພາຍໃຕ້ໂຄງການຂອງມະຫາວິທະຍາໄລຊັ້ນນໍາເພື່ອການຮ່ວມມືສາກົນ ທີ່ສະໜັບສະໜູນໂດຍລັດຖະບານແຫ່ງສາທາລະນະລັດເກົາຫຼີ, ມະຫາວິທະຍາໄລອິນເຈ ຈື່ງໄດ້ດຳເນີນໂຄງການຊ່ວຍເຫຼືອເພື່ອການພັດທະນາ ໃນຊື່ໂຄງການ ເພິ່ມຄວາມອາດສາມາດຂອງພະຍາບານໂດຍການພັດທະນາຫຼັກສູດພະຍາບານ ແລະ ປັບປຸງສະພາບແວດລ້ອມການດູແລສຸຂະພາບໃນ ສປປ ລາວ (2020-2027) ໂດຍເປັນການຮ່ວມມືກັບຄະນະພະຍາບານສາດມະຫາວິທະຍາໄລວິທະຍາສາດສຸຂະພາບ ນັບຕັ້ງແຕ່ເດືອນເມສາປີ 2020 ເປັນຕົ້ນມາ.

ເນື້ອໃນ

ໂຄງການຂອງມະຫາວິທະຍາໄລຊັ້ນນໍາເພື່ອການຮ່ວມມືສາກົນ (LUPIC), ມະຫາວິທະຍາໄລອິນເຈ ຮ່ວມມືກັບຄະນະພະຍາບານສາດໄດ້ສ້າງ ແລະ ຜະລິດວິດີໂອ ຈໍານວນ 07 ວິດີໂອຄູ່ມືທັກສະຫຼັກການປະຕິບັດການພະຍາບານລະດັບສູງ ດັ່ງລຸ່ມນີ້:

ທັກສະ 23 ການແຍ່ທໍ່ກະເພາະອາຫານ ແລະ ການໃຫ້ອາຫານທາງສາຍຢ່າງ

ທັກສະ 24 ການແຍ່ຍ່ຽວແບບລະບາຍ ແລະ ແບບຄ້າງໄວ້

ທັກສະ 25 ການຊ່ວຍຊີວິດຂັ້ນພື້ນຖານ ແລະ ການນໍາໃຊ້ເຄື່ອງກະຕຸ້ນຫົວໃຈ

ທັກສະ 26 ການຊ່ວຍຟື້ນຊີບເດັກເກີດໃໝ່ໄລຍະທໍາອິດ ແລະ ເດັກນ້ອຍ

ທັກສະ 27 ການສວນຖ່າຍ

ທັກສະ 28 ການດູດຂີ້ສະເຫຼດຈາກທໍ່ຊ່ວຍຫາຍໃຈ

ທັກສະ 29 ການວັດແທກຄື້ນໄຟຟ້າຫົວໃຈ

ແຫຼ່ງຂໍ້ມູນເອກະສານ (ພາສາລາວ)

ດາວໂຫຼດຄູ່ມືືືທັກສະຫຼັກການປະຕິບັດການພະຍາບານລະດັບສູງ ສໍາລັບຄູອາຈານ:

https://drive.google.com/file/d/1t_2E386T7VD8BR70grhgNrvvW-gbwXsY/view

 

ດາວໂຫຼດຄູ່ມືືືທັກສະຫຼັກການປະຕິບັດການພະຍາບານລະດັບສູງ ສໍາລັບນັກສຶກສາ:

https://drive.google.com/file/d/1sjZDD0s5XOkx0CWZghidJUBnxJBvm_Tq/view

ຂໍ້ມູນອ້າງອີງ:

LUPIC Facebook: https://www.facebook.com/profile.php?id=100076192824159

 

LUPIC YouTube: https://www.youtube.com/channel/UCiRLcPj3A4bYwEfhUYhb3dg