ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ກ່ຽວກັບພວກເຮົາ

ກ່ຽວກັບພວກເຮົາ



ທີ່ຕັ້ງ ແລະ ພາລະບົດບາດ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ຂຽນຫຍໍ້ວ່າ “ສວປ”. ພາສາສາກົນ: Health Professional Council ຂຽນຫຍໍ້ວ່າ: “HPC” ແມ່ນອົງກອນອິດສະຫຼະ ຂອງກະຊວງສາທາລະນະສຸກ ເຊິ່ງເປັນເຈົ້າຕົນເອງໃນການຄຸ້ມຄອງວິຊາການ, ງົບປະມານ ແລະ ບຸກຄະລາກອນ. ມີພາລະບົດບາດ ເປັນ ເສນາທິການ ໃຫ້ແກ່ ກະຊວງສາທາລະນະສຸກ ໃນການຄຸ້ມຄອງການເຄື່ອນໄຫວ ແລະ ເປັນຜູ້ຈັດຕັ້ງປະຕິບັດ ການກວດກາຄຸນນະພາບການບໍລິການສາທາລະນະສຸກ ຂອງຜູ້ປະກອບວິຊາຊີບປິ່ນປົວ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ມາຮັບ ແລະ ຜູ້ໃຫ້ບໍລິການດ້ານການແພດ.
ໜ້າທີ່ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ມີໜ້າທີ່ດັ່ງນີ້:
1. ປະຕິບັດກົດໝາຍ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງ;
2. ຄົ້ນຄວ້າ, ຮ່າງ ນະໂຍບາຍ, ຍຸດທະສາດ, ນິຕິກໍາຕ່າງໆ ກ່ຽວກັບວຽກງານຄຸ້ມຄອງຜູ້ປະກອບວິຊາຊີບປິ່ນປົວເພື່ອສະເໜີລັດຖະມົນຕີພິຈາລະນາຮັບຮອງຕາມຄວາມເໝາະສົມ ພ້ອມທັງຜັນຂະຫຍາຍນິຕິກຳທີ່ກ່ຽວຂ້ອງ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດໃນການພັດທະນາວຽກງານຄຸ້ມຄອງຜູ້ປະກອບວິຊາຊີບປິ່ນປົວ;
3. ຮັບຮອງນະໂຍບາຍ, ຍຸດທະສາດ, ນິຕິກໍາທີ່ກ່ຽວຂ້ອງ, ແຜນດໍາເນີນງານ ແລະ ແຜນງົບປະມານ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ຕາມການສະເໜີຂອງແຕ່ລະຄະນະກໍາມະການວິຊາຊີບປິ່ນປົວ;
4. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງຫຼັກສູດຝຶກອົບຮົມ ແລະ ການໃຫ້ຄະແນນສະສົມກ່ຽວກັບການພັດທະນາວິຊາຊີບຕໍ່ເນື່ອງຂອງຜູ້ປະກອບວິຊາຊີບປິ່ນປົວ;
5. ພິຈາລະນາ ແລະ ຮັບຮູ້ ແລະ ສະເໜີປັບປຸງ ຫຼັກສູດ ແລະ ມາດຕະຖານຄຸນນະພາບການສຶກສາຂອງສະຖານການສຶກສາສາທາລະນະສຸກ ຕາມມາດຕະການທີ່ໄດ້ກຳນົດໄວ້;
6. ສັງລວມລາຍຊື່ຂອງ ສະຖານການສຶກສາສາທາລະນະສຸກທີ່ໄດ້ຮັບຮອງຄຸນນະພາບ ແລະ ມາດຕະຖານການສຶກສາ ທັງພາຍໃນ ແລະ ຕ່າງປະເທດ;
7. ພິຈາລະນາ, ຮັບຮອງ, ອະນຸມັດແຜນການ ແລະ ເນື້ອໃນການສອບເສັງລະດັບຊາດຕາມການຄົ້ນຄວ້າ ແລະ ສະ ເໜີ ຂອງຄະນະກຳມະການວິຊາຊີບປິ່ນປົວ;
8. ຊີ້ນຳ, ນຳພາ ຂະບວນການສອບເສັງລະດັບຊາດ ຂອງແຕ່ລະຄະນະກຳມະການວິຊາຊີບປິ່ນປົວ;
9. ຮັບຮູ້ ແລະ ຢັ້ງຢືນ ຜົນການສອງເສັງລະດັບຊາດ ຂອງຜູ້ທີ່ສຳເລັດຈາກຫຼັກສູດການແພດ, ທັນຕະແພດ, ພະຍາບານ, ຜະດຸງຄັນ, ເພສັຊກັມ ຕາມການສະເໜີຂອງຄະນະກຳມະການວິຊາຊີບປິ່ນປົວ;
10. ຮັບຮູ້ ດ້ານຄວາມຮູ້, ທັກສະ, ຄວາມສາມາດ, ຄວາມຊໍານານ, ເຕັກນິກວິຊາການ ຕາມມາດຕະຖານວິຊາຊີບຂອງຜູ້ປະກອບວິຊາຊີບປິ່ນປົວ ຕາມການສະເໜີຂອງຄະນະກຳມະການວິຊາຊີບປິ່ນປົວ;
11. ພິຈາລະນາ, ອະນຸມັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວປະເພດຕ່າງໆ ຕາມການຄົ້ນຄວ້າ ສະເໜີ ຂອງແຕ່ລະຄະນະກຳມະການວິຊາຊີບປິ່ນປົວ;
12. ຊີ້ນຳ ວຽກງານການພົວພັນ, ປະສານງານ, ຮ່ວມມືກັບພາກພື້ນ ແລະ ສາກົນ ດ້ານການສຶກສາ, ຄົ້ນຄວ້າວິໄຈ ແລະ ການພັດທະນາການປະກອບວິຊາຊີບ ໃຫ້ແກ່ຄະນະກຳມະການວິຊາຊີບປິ່ນປົວ ແລະ ຫ້ອງການສະພາຄຸ້ມຄອງວິຊາຊີບສາທາລະນະສຸກ;
13. ຊີ້ນຳ ການປະຕິບັດວິຊາຊີບປິ່ນປົວໃຫ້ມີຄຸນນະພາບ ຕາມຈັນຍາບັນວິຊາຊີບ, ຂອບເຂດການຈັດຕັ້ງປະຕິບັດວິຊາຊີບ, ຂີດຄວາມສາມາດ ແລະ ມາດຕະຖານການປະພຶດຕໍ່ຄົນເຈັບ ຂອງຜູ້ປະກອບວິຊາຊີບປິ່ນປົວ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະໄລຍະ;
14. ຊຸກຍູ້, ຕິດຕາມ, ກວດກາ, ຕີລາຄາ ແລະ ປະເມີນຜົນການເຄື່ອນໄຫວ ຂອງ ຜູ້ປະກອບວິຊາຊີບປິ່ນປົວ ຢູ່ສະຖານທີ່ບໍລິການສຸຂະພາບທັງພາກລັດ ແລະ ເອກະຊົນ ລວມທັງ ຫ້ອງການສະພາຄຸ້ມຄອງວິຊາຊີບສາທາລະນະສຸກ;
15. ຄົ້ນຄ້ວາ ພິຈາລະນາ ແລະ ຕັດສິນດ້ານວິຊາຊີບກ່ຽວກັບ ການຕໍານິ-ສົ່ງຂ່າວ, ຄຳຮ້ອງຟ້ອງ, ຄຳຮ້ອງທຸກ ຈາກການຈັດຕັ້ງ ແລະ ບຸກຄົນ ກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ປະກອບວິຊາຊີບປິ່ນປົວ;
16. ຕິດຕາມ, ກວດກາຄວາມຖືກຕ້ອງ ຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ຂອງຜູ້ປະກອບວິຊາຊີບປິ່ນປົວ ພ້ອມທັງ ສະເໜີມາດຕະການຕໍ່ຜູ້ທີ່ລະເມີດລະບຽບຫຼັກການໃນຮູບແບບຕ່າງໆ;
17. ຊີ້ນຳ, ຕິດຕາມ, ຊຸກຍູ້ ຫ້ອງການສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ໃນການຄຸ້ມຄອງລະບົບຂໍ້ມູນຂອງຜູ້ປະກອບວິຊາຊີບປິ່ນປົວ;
18. ປະຕິບັດໜ້າທີ່ອື່ນໆ ຕາມກົດໝາຍ ແລະ ລະບຽບການ.
ຂອບເຂດສິດ ຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ມີດັ່ງນີ້:
1. ອອກຂໍ້ຕົກລົງ, ລະບຽບການ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຕ່າງໆ ກ່ຽວກັບວຽກງານທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນ;
2. ແຕ່ງຕັ້ງຄະນະກຳມະການ ແລະ ອະນຸກຳມະການ ຕ່າງໆ ທີ່ກ່ຽວຂ້ອງກັບວຽກງານຂອງສະພາຄຸ້ມຄອງວິຊາຊີບສາທາລະນະສຸກ;
3. ອະນຸມັດ ຂອບເຂດ, ຂີດຄວາມສາມາດ ແລະ ມາດຕະຖານ ຂອງການປະກອບວິຊາຊີບ ຕາມກົດຈັນຍາບັນ ແລະ ຈັນຍາທໍາ ແນໃສ່ຮັບປະກັນຄວາມປອດໄພຂອງຜູ້ຮັບການບໍລິການສຸຂະພາບ ແລະ ຜູ້ປະກອບວິຊາຊີບປິ່ນປົວ;
4. ຂື້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ຜູ້ປະກອບວິຊາຊີບປິ່ນປົວ ຕາມລະບຽບທີ່ໄດ້ກຳນົດໄວ້;
5. ຕໍານິ, ສົ່ງຂ່າວ, ໂຈະ, ຖອນ ແລະ ລົບລ້າງການຂື້ນທະບຽນ ຕໍ່ຜູ້ລະເມີດລະບຽບຫຼັກການ ໃນການປະກອບວິຊາຊີບປິ່ນປົວໃນຮູບແບບຕ່າງໆ;
6. ປະສານງານຮ່ວມມືກັບອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບການພັດທະນາວຽກງານການປະກອບວິຊາຊີບປິ່ນປົວ;
7. ນຳໃຊ້ງົບປະມານຂອງລັດ, ການຊ່ວຍເຫຼືອຈາກສາກົນ ແລະ ແຫຼ່ງລາຍຮັບອື່ນໆ ທັງພາຍໃນ ແລະ ຕ່າງປະເທດ ລວມທັງລາຍຮັບທີ່ໄດ້ມາຈາກການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ, ການຂຶ້ນທະບຽນ ແລະ ຕໍ່ອາຍຸໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ;
8. ສະເໜີ ແລະ ໃຫ້ການຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນ ໃນວຽກງານຄຸ້ມຄອງວິຊາຊີບປິ່ນປົວ, ຜູ້ປະກອບສ່ວນໃຫ້ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ແລະ ຜູ້ປະກອບວິຊາຊີບປິ່ນປົວ;
9. ປະຕິບັດສິດອື່ນໆ ຕາມກົດໝາຍ ແລະ ລະບຽບການ.
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ ປະກອບດ້ວຍຄະນະກໍາມະການວິຊາຊີບປິ່ນປົວຕ່າງໆ ເຊັ່ນ:
1. ຄະນະກໍາມະການວິຊາຊີບທ່ານໝໍ.
2. ຄະນະກໍາມະການວິຊາຊີບທັນຕະແພດ.
3. ຄະນະກໍາມະການວິຊາຊີບພະຍາບານ ແລະ ຜະດຸງຄັນ.
4. ຄະນະກໍາມະການວິຊາຊີບເພສັຊກອນ.
ຊ່ອງທາງການຕິດຕໍ່

ເບິໂທລະສັບ : 021 840133
Facebook : ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ຄົ້ນຫາຜູ້ປະກອບວິຊາຊີບປິ່ນປົ່ວທີ່ໄດ້ຂື້ນທະບຽນແລ້ວ



ຄົ້ນຫາຜູ້ປະກອບວິຊາຊີບປິ່ນປົ່ວທີ່ໄດ້ຂື້ນທະບຽນແລ້ວ ດ້ວຍການພິມເລກທະບຽນ

ໝາຍເຫດ: ເພື່ອຢັ້ງຢືນການຂື້ນທະບຽນ ທ່ານສາມາດພົວພັນຫາ ຫ້ອງການສະພາຄຸ້ມຄອງວິຊາຊີບປິ່ນປົວ, 021 840133


ກະລຸນາພິມ ເລກທະບຽນ ຂອງຜູ້ປະກອບວິຊາຊີບປິ່ນປົວ ເພື່ອຢັ້ງຢືນການຂື້ນທະບຽນ