ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ
ໜ້າຫຼັກ/ ຄວາມຮູ້ / ພະຍາບານ ແລະ ຜະດຸງຄັນ /1. ທັກສະການລ້າງມື (ການລ້າງມືທົື່ວໄປ, ທັກສະການໃສ່ຖົງມືອະເຊືັ້ອ, ການລ້າງມືກ່ອນເຂົັ້າຫ້ອງຜ່າຕັດ)

08/01/2024

1. ທັກສະການລ້າງມື (ການລ້າງມືທົື່ວໄປ, ທັກສະການໃສ່ຖົງມືອະເຊືັ້ອ, ການລ້າງມືກ່ອນເຂົັ້າຫ້ອງຜ່າຕັດ)


ປະຫວັດຄວາມເປັນມາ

ພາຍໃຕ້ໂຄງການຂອງມະຫາວິທະຍາໄລຊັ້ນນໍາເພື່ອການຮ່ວມມືສາກົນ ທີ່ສະໜັບສະໜູນໂດຍລັດຖະບານແຫ່ງສາທາລະນະລັດເກົາຫຼີ, ມະຫາວິທະຍາໄລອິນເຈ ຈື່ງໄດ້ດຳເນີນໂຄງການຊ່ວຍເຫຼືອເພື່ອການພັດທະນາ ໃນຊື່ໂຄງການ ເພິ່ມຄວາມອາດສາມາດຂອງພະຍາບານໂດຍການພັດທະນາຫຼັກສູດພະຍາບານ ແລະ ປັບປຸງສະພາບແວດລ້ອມການດູແລສຸຂະພາບໃນ ສປປ ລາວ (2020-2027) ໂດຍເປັນການຮ່ວມມືກັບຄະນະພະຍາບານສາດມະຫາວິທະຍາໄລວິທະຍາສາດສຸຂະພາບ ນັບຕັ້ງແຕ່ເດືອນເມສາປີ 2020 ເປັນຕົ້ນມາ.

ເນື້ອໃນ

ໂຄງການຂອງມະຫາວິທະຍາໄລຊັ້ນນໍາເພື່ອການຮ່ວມມືສາກົນ (LUPIC), ມະຫາວິທະຍາໄລອິນເຈ ຮ່ວມມືກັບຄະນະພະຍາບານສາດໄດ້ສ້າງ ແລະ ຜະລິດວິດີໂອ ຈໍານວນ 9 ວິດີໂອທັກສະຄວາມສາມາດຫຼັກຂອງພະຍາບານໃນລະດັບງ່າຍ ດັ່ງລຸ່ມນີ້:

1. ທັກສະການລ້າງມື (ການລ້າງມືທົ່ວໄປທັກສະການໃສ່ຖົງມືອະເຊື້ອການລ້າງມືກ່ອນເຂົ້າຫ້ອງຜ່າຕັດ)

2. ທັກສະການປູຕຽງ (ການປູຕຽງຫວ່າງປູຕຽງມີຄົນເຈັບ)

3. ທັກສະການເອົາອາການຊີວິດ

4. ທັກສະການອາບນໍ້າເທິງຕຽງເເບບສົມບູນ (ການອາບນໍ້າເທິງຕຽງການສະຜົມຄົນເຈັບເທິງຕຽງ)

5. ທັກສະການອາບນໍ້າໃຫ້ເດັກເກີດໃໝ່

6. ທັກສະການຈັດທ່າຄົນເຈັບເພື່ອປ້ອງກັນແຜຕຽງ

7. ທັກສະການເຄື່ອນຍ້າຍຄົນເຈັບດ້ວຍລໍ້ນັ່ງ ແລະ ລໍ້ນອນ

8. ການນຸ່ງ ແລະ ການຖອດເຄື່ອງປ້ອງກັນຕົນເອງ (PPE)

9. ການຄວບຄຸມ ແລະ ຫຼຸດຜ່ອນອາການເຈັບປວດຂອງຄົນເຈັບດ້ວຍການຂົ່ມຮ້ອນ ແລະ ການຂົ່ມເຢັນ

ແຫຼ່ງຂໍ້ມູນ (ພາສາລາວ)

ດາວໂຫຼດຄູ່ມືຝຶກປະຕິບັດທັກສະຄວາມສາມາດຫຼັກຂອງພະຍາບານລະດັບງ່າຍ ສໍາລັບຄູອາຈານ:

https://drive.google.com/file/d/12wRaohVuRlWiREEOUNRSC8Gw3T2ACtqi/view?usp=drive_link

ດາວໂຫຼດຄູ່ມືຝຶກປະຕິບັດທັກສະຄວາມສາມາດຫຼັກຂອງພະຍາບານລະດັບງ່າຍ ສໍາລັບນັກສຶກສາ:

https://drive.google.com/file/d/1QWlOOf7eDuaVifL4igH6d8-XQzVeGRHK/view?usp=drive_link

 

ຂໍ້ມູນອ້າງອີງ:

LUPIC Facebook: https://www.facebook.com/profile.php?id=100076192824159

LUPIC YouTube: https://www.youtube.com/channel/UCiRLcPj3A4bYwEfhUYhb3dg