ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

02/04/2024

ກອງປະຊຸມຖອດຖອນບົດຮຽນໃນການກະກຽມການຈັດຕັ້ງປະຕິບັດ ການສອບເສັງລະດັບຊາດຂອງຄະນະວິຊາຊີບເພສັຊກັມ


ໃນວັນທີ 29 ມີນາ 2024 ໄດ້ຈັດກອງປະຂຸມກອງປະຊຸມຖອດຖອນບົດຮຽນໃນການກະກຽມ ການຈັດຕັ້ງ ປະຕິບັດ ການສອບເສັງລະດັບຊາດ  ເພື່ອອອກໃບປະກອບວິຊາຊີບໃຫ້ແກ່ຜູ້ທີ່ສຳເລັດການສຶກສາ ວິຊາເພສັຊສາດລະດັບປະລິນຍາຕີ ແລະ ລຸ່ມປະລີນຍາຕີ ໃນປີ 2024. ກອງປະຊຸມດັ່ກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ສຈ.ພິເສດ ດຣ ຖະໜອມ ອິນສານ ຫົວໜ້າຄະນະ ກຳມະການວິຊາຊີບເພສັຊກັມ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ສຈ ປອນເມກ ດາລາລອຍ ປະທານສະພາ ຄຸ້ມຄອງວິຊາຊີບປິ່ນປົວ, ບັນດາທ່ານໃນຄະນະກຳມະການວິຊາຊີບເພສັຊກັມ, ຜູ້ຕາງໜ້າຈາກບອດທ່ານໝໍ, ບອດພະຍາບານ ແລະ ຜະດຸງຄັນ, ຄະນະພະແນກການຢາ ແລະ ອຸປະກອນການແພດ, ອາຈານອາວຸໂສ, ຄູອາຈານ ຄະນະເພສັຊສາດ ເຂົ້າຮ່ວມລວມທັງໝົດ 45 ທ່ານ

 



ຈຸດປະສົງຂອງກອງປະຊຸມ ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດການສອບເສັງລະດັບຊາດຈາກຄະນະກຳມະການວິຊາຊີບທ່ານໝໍ ແລະ ຄະນະກຳມະການວິຊາຊີບພະຍາບານ ແລະ ຜະດຸງຄັນ ຊຶ່ງເປັນຄະນະທີ່ໄດ້ຈັດຕັ້ງການສອບເສັງລະດັບຊາດມາໄດ້ຫຼາຍປີແລ້ວ, ນອກຈາກນັ້ນກໍເພື່ອໃຫ້ຄູອາຈານທີ່ພວມສິດສອນຢູ່ໃນພາກວິຊາເພສັຊສາດເຂົ້າໃຈເຖີງຂັ້ນຕອນ, ບັນຫາ ແລະ ສິ່ງທ້າຍໃນການອອກຄຳຖາມສອບເສັງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການຮັບຟັງການສະເໜີຈາກນັກວິທະຍາກອນຈາກທັງສອງບອດກ່ຽວກັບຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານການສອບເສັງເລີ້ມຈາກການກະກຽມ, ການອອກຂໍ້ສອບເສັງ, ການໃຫ້ຄະແນນ, ການກວດກາ ແລະ ຕັດສິນບັນຫາ ແລະ ສິ່ງທ້າທາຍທີ່ພົບຈາກນັ້ນກໍ່ໄດ້ມີການຊັກຖາມ, ສົນທະນາ ປະກອບຄຳຄິດເຫັນ ແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານການສອບເສັງລະດັບຊາດຂອງບອດເພສັຊກັມ. ກອງປະຊຸມໄດ້ສຳເລັດລົງໃນເວລາ 12:00 ໂມງຂອງວັນດຽວກັນ.

ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ, ກົມອາຫານ ແລະ ຢາ