ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

20/12/2023

ພິທີ ມອບ-ຮັບ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ ແຂວງ ສະຫວັນນະເຂດ



ສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ຮ່ວມກັບ ຄະນະການນໍາແຂວງສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ ແຂວງ ສະຫວັນນະເຂດ ຂຶ້ນໃນວັນທີ 1 ພະຈິກ 2023 ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ຈຸດປະສົງ ກໍ່ເພື່ອມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ແຂວງ ສະຫວັນນະເຂດ ພ້ອມທັງແນະນໍາ ເອກະສານ ທີ່ ສໍາຄັນຄື ຈັນຍາບັນ, ຂອບເຂດ ແລະ ມາດຕະຖານການປະຕິບັດງານດ້ານວິຊາຊີບປິ່ນປົວ ແລະ ເໜັ້ນໜັກເຖິງ ຄວາມໝາຍ ຄວາມສໍາຄັນ ຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ, ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ມາຮັບບໍລິການສຸຂະພາບ ແລະ ຜູ້ໃຫ້ການບໍລິການສຸຂະພາບ ກໍ່ຄືຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ
ມີຜູ້ເຂົ້າຮ່ວມຈາກ ສູນກາງມີ: ບັນດາທ່ານຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ, ຕາງໜ້າບອດທ່ານໝໍ, ທັນຕະແພດ, ພະຍາບານ-ຜະດຸງຄັນ ແລະ ເພສັດຊະກໍາ ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ. ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ.
ຂັ້ນແຂວງມີ: ຄະນະນໍາຂັ້ນແຂວງ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ຫ້ອງການສາທາລະນະສຸກເມືອງທັງ 15 ເມືອງ, ໂຮງໝໍຊຸມຊົນ ແລະ ຄະນະກໍາມະການສະເພາະກິດຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ໂດຍອີງຕາມ ກົດໝາຍວ່າດ້ວຍການປິ່ນປົວ ແລະ ຍຸດທະສາດວ່າດ້ວຍລະບົບການອອກໃບອະນຸຍາດປະກອບວິຊາຊີບປິ່ນປົວ ແລະ ການຂື້ນທະບຽນຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ແຕ່ ປີ 2016-2025 ແລະ ບົດແນະນຳການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດ ເລກທີ 0182/ສວປ, ລົງວັນທີ 11 ຕຸລາ 2019.
ເພື່ອສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດ ການອອກໃບອະນຸຍາດ ແລະ ຂຶ້ນທະບຽນໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວ ທີ່ເຄື່ອນໄຫວວຽກງານປິ່ນປົວ ຢູ່ໃນຂອບເຂດທົ່ວປະເທດໃຫ້ສຳເລັດ, ສະພາຄຸ້ມຄອງວິຊາຊີບປິ່ນປົວ ຈຶ່ງໄດ້ສືບຕໍ່ເຜີຍແຜ່ບົດແນະນຳເລກທີ 0182/ສວປ ແລະ ອອກແຈ້ງການໃຫ້ແຕ່ລະພາກສ່ວນໂຮງໝໍສູນກາງ ແລະ ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເພື່ອຄົ້ນຄວ້າຢັ້ງຢືນເປົ້າໝາຍຜູ້ປະກອບວິຊາຊີບປິ່ນປົວທີ່ມີເງື່ອນໄຂຈະຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ ໂດຍບໍ່ຜ່ານການສອບເສັງລະດັບຊາດ ສຳລັບຜູ້ປະກອບວິຊາຊີບປິ່ນປົວ ທີ່ຈົບການສືກສາການແພດກ່ອນປີ 2020.
ທາງແຂວງ ສະຫວັນນະເຂດ ກໍ່ໄດ້ແຕ່ງຕັ້ງຄະນະກໍາມະການສະເພາະກິດຂັ້ນແຂວງຂື້ນ ໄດ້ສຳເລັດການສັງລວມເປົ້າໝາຍຜູ້ປະກອບວິຊາຊີບປິ່ນປົວທີ່ມີເງື່ອນໄຂຂຶ້ນທະບຽນ ແລະ ອອກໃບອະນຸຍາດໃຫ້ໂດຍບໍ່ໄດ້ສອບເສັງລະດັບຊາດພາຍໃນແຂວງຂອງຕົນ, ຄະນະກໍາມະການສະເພາະກິດຂັ້ນແຂວງ ກໍ່ໄດ້ດຳເນີນການສັງລວມເປົ້າໝາຍ, ຄົ້ນຄວ້າຕາມເງື່ອນໄຂ ແລະ ຂັ້ນຕອນຕ່າງໆທີ່ກຳນົດໄວ້ໃນບົດແນະນຳເລກທີ 0182/ສວປ ແລະ ຕາມເນື້ອໃນແຈ້ງການຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່ຽວກັບການກະກຽມຂັ້ນຕອນການຄົ້ນຄວ້າຢັ້ງຢືນການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ. ຜ່ານການຄົ້ນຄວ້າຢັ້ງຢືນຈາກຄະນະສະເພາະກິດຄຸ້ມຄອງວິຊາຊີບປິ່ນປົວ ຂອງ ແຂວງ ສະຫວັນນະເຂດ ແລະ ສົ່ງໃຫ້ຄະນະກຳມະການວິຊາຊີບປິ່ນປົວ (ຫຼື Boards) ທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ສືບຕໍ່ຄົ້ນຄວ້າຢັ້ງຢືນ, ດັ່ງນັ້ນ ຈື່ງສາມາດຄົ້ນຄ້ວາຢັ້ງຢືນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ຜູ້ປະກອບວິຊາຊີບປິ່ນປົວ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ທົ່ວແຂວງ, ໃນຊຸດທີ 1 ນີ້ ໄດ້ທັງໝົດຈຳນວນ 631 ທ່ານ, ໃນນັ້ນມີທ່ານໝໍປະລິນຊັ້ນປະລິນຍາຕຼີຂຶ້ນໄປຈໍານວນ 243 ທ່ານ, ທັນຕະແພດຊັ້ນປະລິນຍາຕຼີຂຶ້ນໄປຈໍານວນ 43 ທ່ານ, ພະຍາບານຊັ້ນສູງຂຶ້ນໄປຈໍານວນ 295 ທ່ານ ແລະ ຜະດຸງຄັນຊັ້ນສູງຂຶ້ນໄປຈໍານວນ 50 ທ່ານ, ຜູ້ປະກອບວິຊາຊີບປິ່ນປົວທີ່ໄດ້ຮັບໃບອະນຸຍາດຄັ້ງນີ້ ແມ່ນເຮັດວຽກງານປິ່ນປົວຄົນເຈັບ ຢູ່ທີ່ໂຮງໝໍແຂວງ, ໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນ.

ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ມອບໃຫ້ໃນມື້ນີ້ ມີອາຍຸການ 5 ປີ, ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ, ສະສົມຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື ພາສາສາກົນເອີ້ນວ່າ continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງວິຊາຊີບປິ່ນປົວ ໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນທຸກໆ 5 ປີ. ພ້ອມກັນນັ້ນ ມື້ນີ້ທາງສະພາຄຸ້ມຄອງວິຊາຊີບປິ່ນປົວ ກໍ່ໄດ້ ແນະນໍາ ຈັນຍາບັນ, ຂອບເຂດການປະຕິບັດງານ ແລະ ມາດຕະຖານການປະຕິບັດງານຂອງວິຊາຊີບທ່ານໝໍ, ທັນຕະແພດ ແລະ ພະຍາບານ-ຜະດຸງຄັນ ໃຫ້ຜູ້ເຂົ້າຮ່ວມພິທີ ແລະ ຜູ້ປະກອບວິຊາຊີບປິ່ນປົວ ທີ່ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃນຄັ້ງນີ້ ເພື່ອເຮັດໃຫ້ຜູ້ປະກອບວິຊາຊີບປິ່ນປົວທຸກຄົນທີ່ໄດ້ຮັບໃບອະນຸຍາດ ແລະ ໄດ້ຂຶ້ນທະບຽນແລ້ວ ສາມາດເຄື່ອນໄຫວວຽກງານວິຊາສະເພາະການປິ່ນປົວຂອງຕົນຕາມ ສິດ, ໜ້າທີ່, ຈັນຍາບັນ, ຂອບເຂດ ແລະ ມາດຕະຖານການປະຕິບັດງານຂອງຕົນ ທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ, ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ, ຕອບສະໜອງໄດ້ຕາມນະໂຍບາຍການບໍລິການ 5 ດີ 1 ພໍໃຈ ຂອງໂຮງໝໍ ທີ່ ກະຊວງສາທາລະນະສຸກວາງອອກ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ມາຮັບບໍລິການສຸຂະພາບ ແລະ ຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ, ທັງເປັນການປະຕິບັດສົນທິສັນຍາ ແລະ ສັນຍາ ທີ່ ສປປ ລາວ ເປັນພາຄີ, ໂດຍສະເພາະແມ່ນການປະຕິບັດສັນຍາອາຊຽນ ວ່າດ້ວຍການຮັບຮູ້ເຊີ່ງກັນ ແລະ ກັນດ້ານວິຊາຊີບທ່ານໝໍ, ທັນຕະແພດ ແລະ ການພະຍາບານ