ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

31/07/2023

ຂະບວນການສອບເສັງລະດັບຊາດເພື່ອເອົາໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນຂຶ້ນໃນວັນທີ 21-22 ກໍລະກົດ 2023


ຄະນະກໍາມະການວິຊາຊີບທ່ານໝໍ, ສະພາຄຸ້ມຄອງວິຊາຊີບປິ່ນປົວໄດ້ຈັດຕັ້ງຂະບວນການສອບເສັງລະດັບຊາດເພື່ອເອົາໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນຂຶ້ນໃນວັນທີ 21-22 ກໍລະກົດ 2023 ທີ່ ວິທະຍາເຂດດົງໂພສີ ມະຫາວິທະຍາໄລ ວິທະຍາສາດ ສຸດຂະພາບ ຊຶ່ງມີທັງການສອບເສັງພາກທິດສະດີ (MCQs) ແລະ ພາກປະຕິບັດຕົວຈິງ (OSCEs) ໂດຍມີນັກສອບເສັງເຂົ້າຮ່ວມທັງໝົດ 148 ຄົນ ໃນນັັ້ນມີນັກສຶກສາທີ່ຈົບຈາກ ສປປ ລາວ 114 ຄົນ, ສສ ຫວຽດນາມ 25 ຄົນ, ສປ ຈີນ 8 ຄົນ ແລະ ມົງໂກລີ 1 ຄົນ
        

         

          

      
ການສອບເສັງພາກທິດສະດີ (MCQs) ໄດ້ສອບເສັງທັງໝົດ 200 ຄໍາຖາມຊຶ່ງນອນຢູ່ໃນວິຊາ ສູຕິສາດ-ນາລີເວດ (ປະສູດ-ພະຍາດຍິງ), ກຸມມານເວດສາດ (ເດັກ), ອາຍຸລະສາດ (ພາຍໃນ) ແລະ ສັນລະຍະສາດ (ພາຍນອກ) ແລະ ພາກປະຕິບັດຕົວຈິງ (OSCEs) ໄດ້ສອບເສັງທັງໝົດ 4 ຈຸດ ແຕ່ລະຈຸດປະກອບມີທັງໝົດ 8 ໂຕະຊຶ່ງນອນຢູ່ໃນ 4 ພາກວິຊາເຊັ່ນດຽວກັນ