ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

05/06/2023

ພະຍາບານຈົບໃໝ່ 96 ທ່ານ ໄດ້ຂື້ນທະບຽນ ຜ່ານການຮ່ວມມືກັບອົງການໄຈກາ


ພະຍາບານລາວຈົບໃໝ່ທີ່ໄດ້ເສັງຜ່ານການສອບເສັງລະດັບຊາດ ສຳລັບພະຍາບານ ແລະ ໄດ້ສໍາເລັດ ແຜນການ ຝຶກງານ ວິຊາຊີບ 8 ເດືອນ ຢູ່ໂຮງໝໍແຂວງ 8 ແຫ່ງຄື: ອຸດົມໄຊ, ຊຽງຂວາງ, ຫຼວງພະບາງ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ໄດ້ຮັບການຂື້ນທະບຽນ ແລະ ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສົມບູນ ໃນພິທີມອບຮັບທີ່ຜ່ານມານີ້.

ໃບອະນຸຍາດເຄື່ອນໄຫວວິຊາຊີບພະຍາບານ ໄດ້ຖືກມອບໃຫ້ແກ່ຜູ້ຕາງຫນ້າພະຍາບານຈົບໃໝ່ ສິບຫົກທ່ານ ໂດຍປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ທ່ານ ສຈ ດຣ ປອນເມກ ດາລາລອຍ, ຫົວໜ້າຜູ້ຕາງໜ້າ ອົງການໄຈກາປະຈຳລາວ ທ່ານ ນາກາເຊະ ໂທຊິໂອ ແລະ ຫົວໜ້າບອດພະຍາບານ ແລະ ຜະ​ດຸງ​ຄັນ ທ່ານ ນ ແພງດີ ອິນທະພານິດ ຕາມວາລະຂອງພິທີມອບ. ນາງພະຍາບານຜູ້ຕາງໜ້າ ໄດ້ຂື້ນກ່າວສະແດງຄວາມພາກພູມໃຈຫຼາຍ ທີ່ລາວໄດ້ຮັບ ການຍອມຮັບວ່າເປັນພະຍາບານມືອາຊີບ. ລາວໄດ້ຍົກຍ້ອງຂອບໃຈ, ໃນຄວາມມຸ່ງໝັ້ນ ແລະ ໃນການຊ່ວຍເຫຼືອ, ໂດຍສະເພາະແມ່ນຈາກພະຍາບານທີ່ປຶກສາ, ໃນລະຫວ່າງແຜນການຝຶກງານວິຊາຊີບຂອງຕົນ.


      

ໃນທົ່ວໂລກ, ວັນພະຍາບານສາກົນປີ 2023 ແມ່ນມາຮອດເວລາທີ່ພະຍາບານຫຼາຍຄົນ,  ເຊິ່ງເປັນຈຸດໃຈກາງຂອງ ການຕອບໂຕ້ຕໍ່ການລະບາດຂອງພະຍາດຕິດແປດ, ໄດ້ກາຍເປັນຄວາມກົດດັນ, ໝົດໄຟ, ຂາດວຽກ, ແລະ ການຢຸດງານປະທ້ວງ.

ໃນປະເທດລາວ, ສະພາບ​ເສດຖະກິດ​ໃນ​ປະຈຸ​ບັນ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໜັກໜ່ວງ ​ເຖິງ​ແຫຼ່ງທຶນ​ຮອນທີ່​ມີ​ຢູ່​ ໃນ​ການ​ລົງທຶນເຂົ້າໃນ​ຍຸດ​ທະ​ສາດ ການ​ປັບປຸງ​ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນບັນດາ​ພະຍາບານ​ທີ່​ເກີດຂື້ນ​ໃໝ່.

ເນື່ອງຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ເຮັດໃຫ້ສະພາບການເຮັດວຽກ ທີ່ບໍ່ດີ ແລະ ຄວາມກັງວົນ ຂອງພະນັກງານທີ່ບໍ່ປອດໄພ ຍິ່ງປາກົດຂື້ນ, ສະພາພະຍາບານສາກົນ ໄດ້ເນັ້ນຫນັກວ່າ ຈະບໍ່ສາມາດມີການຟື້ນຟູ ແລະ ການກໍ່ສ້າງລະບົບການປິ່ນປົວທີ່ມີປະສິດທິພາບໄດ້ໂດຍບໍ່ມີການລົງທຶນໃນພະຍາບານຢ່າງພຽງພໍ.

       

Lao nursing graduates who passed national examinations for nurses and completed an 8-month professional internship program in at the eight provincial hospitals in Oudomxay, XiengKhuang, Luang Prabang, Vientiane, Khammuan, Savannakhet, Salavan, Champasak have received full licenses following a recent handover.

Nursing licenses were handed over to sixteen nurse representatives by Healthcare Professional Council president Prof. Ponmek Dalaloy, JICA Laos chief representative Mr. Nagase Toshio and Nursing and Midwifery Board chair Mdm. Phengdy Inthapanith at the event.

A representative of the graduating cohort expressed how proud she was to be recognized as a professional nurse. She appreciated the commitment and support, especially from mentor nurses, during her professional internship program.

Worldwide, International Nurses Day 2023 comes at a time when more nurses, at the heart of the response to the pandemic, have become stressed, burnt out, absent, and on strike.

In Laos, the current economic situation is critically impacting the financial resources available for strategic investment in improving the quality of human resources, especially in the emerging generation of nurses.

As the pandemic has made underlying poor working conditions and unsafe staffing concerns even more apparent, the ICN stresses that there can be no effective recovery and rebuilding of the healthcare system without sufficient investment in well-supported nurses.