ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

15/05/2023

ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຍືນຍົງ (ພຄວປ) ໄດ້ຈັດ ກອງປະຊຸມຮ່ວມຄະນະຊີ້ນຳ ຄັ້ງທີ 5 (JCC)


    

ໃນວັນທີ 4 ເມສາ 2023, ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບປິ່ນປົວແບບຍືນຍົງ (ພຄວປ) ໄດ້ຈັດ ກອງປະຊຸມຮ່ວມຄະນະຊີ້ນຳ ຄັ້ງທີ 5 (JCC) ໂດຍການເປັນປະທານຂອງ ທ່ານ ດຣ ຄຳໃສ ເດດລືໄຊ, ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຊຶ່ງມີຈຸດປະສົງດັ່ງນີ້:
1. ເພື່ອກວດຄືນຄວາມຄືບໜ້າຂອງໂຄງການ.
2. ເພື່ອກຳນົດສິ່ງຖ້າທາຍຂອງໂຄງການ
3. ເພື່ອຕົກລົງເຫັນດີໃນທິດທາງຕໍ່ໜ້າ ແລະ ກອງປະຊຸມຄັ້ງຕໍ່ໄປ
ໃຫ້ກຽດເປັນປະທານຮ່ວມກອງປະຊຸມຄັ້ງນີ້ໂດຍ ທ່ານ ສຈ ດຣ ປອນເມກ ດາລາລອຍ, ປະທານສະພາ ຄຸ້ມຄອງວິຊາຊີບປິ່ນປົວ (HPC), ແລະ ທ່ານ ໂທຊິໂອ ນາກາເສະ, ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຢີ່ປຸ່ນ

ຜູ້ເຂົ້າຮ່ວມທຸກທ່ານ ໄດ້ຮັບຮູ້ເຖິງຄວາມຄືບໜ້າຂອງໂຄງການ 10 ເດືອນທີ່ຜ່ານມາ ເຊັ່ນ: ດຳເນີນການສອບເສັງ ລະດັບຊາດຄັ້ງທີ 3, ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ເບື້ອງຕົ້ນ ໃຫ້ກັບຜູ້ທີ່ ເສັງຜ່ານ, ຈັດຕັ້ງປະຕິບັດແຜນການຝຶກງານ ດ້ານວິຊາຊີບ ສຳລັບຜະຍາບານ (PIPN) ຢູ່ໂຮງໝໍສູນກາງ ແລະ 8 ໂຮງໝໍແຂວງ, ແລະ ອອກໃບອະນຸຍາດ ເຄື່ອນໄຫວວິຊາຊີບປິ່ນປົວສົມບູນ ໃຫ້ແກ່ຜູ້ທີ່ສຳເລັດແຜນການຝຶກງານ. ພ້ອມດຽວກັນນັ້ນ, ຄະນະກຳມະການ ວິຊາຊີບການພະຍາບານ ແລະ ການຜະດຸງຄັນ ໄດ້ແລກປ່ຽນສິ່ງທ້າທາຍ ແລະ ຖອດຖອນບົດຮຽນ, ເປັນຕົ້ນແມ່ນ ຄວາມເປັນໄປໄດ້ໃນການດຳເນີນ ແລະ ຄວາມຍືນຍົງຂອງ ແຜນການຝຶກງານດ້ານວິຊາຊີບສຳລັບພະຍາບານ.
ໂຄງການຈະໄດ້ສິ້ນສຸດໃນທ້າຍປີ 2023 ທີ່ຈະມາເຖິງນີ້, ທຸກໆພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ສືບຕໍ່ຮ່ວມມື ໃນການຈັດຕັ້ງປະຕິບັດ ລະບົບການຂື້ນທະບຽນ ແລະ ອອກໃບອະນຸຍາດ ໂດຍບັງຂັບໃຊ້ ຕາມລະບຽບກົດໝາຍ ເພື່ອຮັບປະກັນ ຄຸນນະພາບຂອງຜູ້ວິຊາຊີບປິ່ນປົວ.

On 4th April 2023, JICA’s Sustainable Development and Quality Assurance of Healthcare Professionals (DQHP) project held 5th Joint Coordination Committee (JCC) meeting. The chair of the meeting, Dr. Khamsay DETLEUXAY, Director General of the Department of Healthcare Rehabilitation facilitated the following objectives:

  1. To examine the progress of the project.
  2. To note the challenges of the project.
  3. To agree on the way forward and the next JCC agenda.

With Co-chair Prof. Dr. Ponmek DALALOY, the president of the Healthcare Professional Council (HPC), and Mr. Toshio NAGASE, chief representative of JICA.

All participants acknowledged the project's progress last ten months, conducting the 3rd National Examination, issuing initial licenses for those who passed, implementing Professional Internship Programs for Nurses (PIPN) in central and eight provincial hospitals, and issuing full licenses for those who completed PIPN. Meanwhile, the Nursing and Midwifery Board shared the challenges and lessons learned, especially the feasibility and sustainability of PIPN.

Approaching to the end of the project by the end of 2023, all stakeholders will continue to collaborate in implementing the registration and licensing system to be enforced to ensure the quality of healthcare professionals.