ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

20/04/2023

ຂະບວນການການສອບເສັງລະດັບຊາດສໍາລັບ ທັນຕະແພດ ຄັ້ງທີ 3


ບົນພື້ນຖານຖອດຖອນບົດຮຽນໄລຍະຜ່ານມາ, ເພື່ອບັນລຸໃຫ້ໄດ້ມາດຕະຖານຂອງຂົງເຂດ ແລະ ສາກົນ.
ຄະນະກໍາມະການວິຊາຊີບທັນຕະແພດ, ສະພາຄຸ້ມຄອງວິຊາຊີບປີ່ນປົວໄດ້ຈັດຕັ້ງປະຕິບັດການສອບເສັງລະດັບຊາດສໍາລັບ ທັນຕະແພດ ຄັ້ງທີ 3 ໃນວັນທີ 25 ມີນາ 2023 ສອບເສັງ MCQs (ພາກທິດສະດີ) ແລະ ວັນທີ 1 ເມສາ 2023 ສອບເສັງ OSCEs (ພາກປະຕິບັດຕົວຈິງ)
ຈູດປະສົງການສອບເສັງລະດັບຊາດແມ່ນເພື່ອປະເມີນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິ ຂອງທັນຕະແພດ ຊຶ່ງມີຜູ້ເຂົ້າສອບເສັງ ຈໍານວນ 45 ຄົນ. ລະບົບຂື້ນທະບຽນ ແລະ ອອກໃບອະນຸຍາດເຄື່ຶນໄຫວວິຊາຊີບປິ່ນປົວ ສຳລັບທັນຕະແພດນີ້ເປັນລະບົບໃໝ່ ເຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ປີ 2020 ເປັນຕົ້ນມາ. ເນື່ອງຈາກວ່າ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ປະຊາຄົມເສດຖະກິດ ອາຊຽນ, ມີນະໂຍບາຍປະຕິຮູບສາທາລະນະສຸກທີ່ເນັ້ນໃສ່ການບໍລິການຮັກສາປິ່ນປົວທີ່ມີຄຸນນະພາບ, ຍຸດທະສາດການພັດທະນາຊັບພະຍາກອນມະນຸດສາທາລະນະສຸກແບບຍືນຍົງ ແລະ ການປະຕິບັດສັນຍາຮັບຮູ້ຊຶ່ງກັນ ແລະ ກັນ (ການເຊື່ອມໂຍງອາຊຽນ) ການຂັບເຄື່ອນທັງໝົດນີ້ເພື່ອໃຫ້ບັນລຸເປົ້າຫມາຍການບໍລິການຮັກສາປິ່ນປົວທີ່ມີຄຸນນະພາບ.


ໃນຕໍ່ໜ້າ ທັນຕະແພດ ຜູ້ທີ່ໃຫ້ບໍລິການສຸຂະພາບໃນສະຖານທີ່ບໍລິການສຸຂະພາບທຸກຂັ້ນ ທຸກແຫ່ງ, ຕ້ອງມີໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ສົມບູນຈຶ່ງຖືກຕ້ອງຕາມກົດຫມາຍ. ຖ້າບໍ່ມີໃບອະນຸຍາດດັ່ງກ່າວ ຜູ້ກ່ຽວກໍບໍ່ສາມາດໃຫ້ບໍລິການຮັກສາປິ່ນປົວສຸຂະພາບ; ເພາະຖືວ່າຜູ້ກ່ຽວບໍ່ໄດ້ຖືກຮັບຮູ້ ຈາກສະພາຄຸ້ມຄອງວິຊາຊີບປິ່ນປົວ.
ສະນັ້ນ, ການສອບເສັງດັ່ງກ່າວນີ້ມີຄວາມຄາດຫວັງໃຫ້ທັນຕະແພດ ມີເງື່ອນໄຂໄດ້ຮັບໃບອະນຸຍາດເຄື່ອນໄຫວປະກອບວິຊາຊີບປິ່ນປົວເບື້ອງຕົ້ນ ແລະ ສາມາດເຂົ້າຮ່ວມແຜນການຝຶກງານດ້ານວິຊາຊີບທັນຕະກໍາ, ເມື່ອຂະບວນການຝຶກງານວິຊາຊີບສຳເລັດແລ້ວ ຈະບໍ່ມີການສອບເສັງອີກ. ຫຼັງຈາກນັ້ນ, ທັນຕະແພດ ຈະໄດ້ຮັບການຂື້ນທະບຽນເປັນຜູ້ປະກອບວິຊາຊີບປິ່ນປົວ, ຈະໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສົມບູນ ແລະ ຖືກວ່າຜູ້ກ່ຽວໄດ້ເປັນສະມາຊິກຂອງສະພາຄຸ້ມຂອງວິຊາຊີບປິ່ນປົວຢ່າງຖືກຕ້ອງ ຕາມກົດໝາຍ ແລະ ສາມາດປະກອບສ່ວນເຂົ້າໃນລະບົບບໍລິການຮັກສາສຸຂະພາບປິ່ນປົວໄດ້.