ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

07/03/2023

ພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ ກົມໃຫຍ່ພາລາທິການ ປກສ, ຄັ້ງວັນທີ 02 ມີນາ 2023



ພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ ກົມໃຫຍ່ພາລາທິການ ປກສ, ຄັ້ງວັນທີ 02 ມີນາ 2023.
#ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໝາຍເຖິງ ໃບຢັ້ງຢືນຂີດຄວາມສາມາດຂອງຜູ້ປະກອບວິຊາຊີບປິ່ນປົວ ອອກໃຫ້ໂດຍສະພາຄຸ້ມຄອງວິຊາຊີບປິ່ນປົວ.
ກໍາລັງປ້ອງກັນຄວາມສະຫງົບ ຮ່ວມກັບ ສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວ ຢູ່ ຫ້ອງປະຊຸມກົມໃຫຍ່ພາລາທິການ ປກສ.


ຈຸດປະສົງເພື່ອມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວ ທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວ.
ເຊີ່ງມີຜູ້ເຂົ້າຮ່ວມຈາກ ສະພາຄຸ້ມຄອງວິຊາຊີບປິ່ນປົວ, ຄະນະກໍາມະການສະເພາະກິດ, ບັນດາຜູ້ປະກອບວິຊາຊີບປິ່ນປົວ ທີ່ ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ຂອງ ກໍາລັງປ້ອງກັນຄວາມສະຫງົບ
ໂດຍອີງຕາມກົດໝາຍວ່າດ້ວຍການປິ່ນປົວ ແລະ ຍຸດທະສາດວ່າດ້ວຍລະບົບການອອກໃບອະນຸຍາດປະກອບວິຊາຊີບປິ່ນປົວ ແລະ ການຂື້ນທະບຽນຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ແຕ່ປີ 2016-2025 ແລະ ບົດແນະນຳການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດ ເລກທີ 0182/ສວປ, ລົງວັນທີ 11 ຕຸລາ 2019. ສປປລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຍຸດທະສາດວ່າດ້ວຍການອອກໃບປະກອບວິຊາຊີບ ລະ ການຂື້ນທະບຽນ ຂອງສປປ ລາວ ແຕ່ປີ 2016 ເປັນຕົ້ນມາ, ພ້ອມທັງຄູ່ຮ່ວມພັດທະນາຫຼາຍພາກສ່ວນໄດ້ສະໜັບສະໜູນ ການສ້າງຕັ້ງລະບົບດັ່ງກ່າວ ເຊັ່ນ: ອົງການອະນາໄມໂລກ, ອົງການຮ່ວມມືສາກົນຍີ່ປຸ່ນ ແລະ ທະນາຄານ ພັດທະນາອາຊີ. ເພື່ອຮັບປະກັນຄຸນນະພາບຂອງແພດໝໍ ທີ່ສະໜອງການດູແລສຸຂະພາບທີ່ປອດໄພ ແລະ ມີຄຸນນະພາບໃຫ້ແກ່ປວງຊົນ.



ການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນໄຫວວຽກງານປິ່ນປົວ ຄັ້ງນີ້ ມີຈໍານວນທັງໝົດ 251 ທ່ານ ໃນນັ້ນມີທ່ານໝໍ ຊັ້ນປະລິນຍາຕີຂຶ້ນໄປ 106 ທ່ານ, ທັນຕະແພດຊັ້ນປະລິນຍາຕີຂຶ້ນໄປ 18 ທ່ານ, ພະຍາບານຊັ້ນສູງຂຶ້ນໄປ 109 ທ່ານ ແລະ ຜະດຸງຄັນຊັ້ນສູງຂຶ້ນໄປ 18 ທ່ານ, ຜູ້ປະກອບວິຊາຊີບປິ່ນປົວທີ່ໄດ້ຮັບໃບອະນຸຍາດຄັ້ງນີ້ແມ່ນ ຜູ້ທີ່ເຄື່ອນໄຫວວຽກງານສິດສອນ, ຄົ້ນຄວ້າວິທະຍາສາດ ແລະ ປິ່ນປົວ ຕາມພາລະບົດບາດຕົວຈິງຂອງແຕ່ລະທ່ານ.
ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ມອບໃຫ້ໃນມື້ນີ້ ມີອາຍຸການ 5 ປີ, ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ, ສະສົມຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື ພາສາສາກົນເອີ້ນວ່າ continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງວິຊາຊີບປິ່ນປົວໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນທຸກໆ 5 ປີ