ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

08/02/2023

ການຈັດຕັ້ງປະຕິບັດການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 3


     ບົນພື້ນຖານຖອດຖອນບົດຮຽນໄລຍະຜ່ານມາ, ເພື່ອບັນລຸໃຫ້ໄດ້ມາດຕະຖານຂອງຂົງເຂດ ແລະ ສາກົນ. ໃນວັນທີ 4-5 ກຸມພາ 2023 ທີ່, ໂຮງຮຽນສາທາລະນະສຸກ ອຸດົມໄຊ, ວິທະຍາໄລວິທະຍາສາດສຸຂະພາບ ຫຼວງພະບາງ,​ ວິທະຍາໄລວິທະຍາສາດສຸຂະພາບ ຊຽງຂວາງ, ຄະນະພະຍາບານສາດ ມວສ, ໂຮງຮຽນພະຍາບານສາດເຕັກນິກ ແຂວງວຽງຈັນ, ວິທະຍາໄລວິທະຍາສາດສຸຂະພາບ ສະຫວັນນະເຂດ, ໂຮງຮຽນສາທາລະນະສຸກຄໍາມ່ວນ, ວິທະຍາໄລວິທະຍາສາດສຸຂະພາບຈໍາປາສັກ, ສູນຝຶກອົບຮົມຮັກສາສຸຂະພາບຂັ້ນຕົ້ນ ສາລະວັນ, ທັງ 9 ສູນສອບເສັງໃນແຂວງທີ່ມີສະຖານການສຶກສາກສາທາລະນະສຸກ ໄດ້ຈັດຕັ້ງປະຕິບັດການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 3 ພາຍໃຕ້ການຊີ້ນຳ ນຳພາຂອງສະພາຄຸ້ມຄອງວິຊາຊີບປີ່ນປົວ, ບອດພະຍາບານ ແລະ ຜະດຸງຄັນ ຮ່ວມກັບອົງການຮ່ວມມືສາກົນຍີ່ປຸ່ນ (ໄຈກາ).


     ຈູດປະສົງການສອບເສັງລະດັບຊາດແມ່ນເພື່ອປະເມີນຄວາມຮູ້, ຄວາມສາມາດ ແລະ ທັດສະນະຄະຕິ ຂອງພະຍາບານ ແລະ ຜະດຸງຄັນຈົບໃໝ່ ຊຶ່ງມີຜູ້ເຂົ້າສອບເສັງໃນນີ້ປະກອບມີ ພະຍາບານຈໍານວນ 433 ຄົນ ແລະ ຜະດຸງຄັນຈໍານວນ 195 ຄົນ ລະບົບຂື້ນທະບຽນ ແລະ ອອກໃບອະນຸຍາດເຄື່ຶນໄຫວວິຊາຊີບປິ່ນປົວ ສຳລັບພະຍາບານ ແລະ ຜະດຸງຄັນນີ້ເປັນລະບົບໃໝ່ ເຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ປີ 2020 ເປັນຕົ້ນມາ. ເນື່ອງຈາກວ່າ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ປະຊາຄົມເສດຖະກິດ ອາຊຽນ, ມີນະໂຍບາຍປະຕິຮູບສາທາລະນະສຸກທີ່ເນັ້ນໃສ່ການບໍລິການຮັກສາປິ່ນປົວທີ່ມີຄຸນນະພາບ, ຍຸດທະສາດການພັດທະນາຊັບພະຍາກອນມະນຸດສາທາລະນະສຸກແບບຍືນຍົງ ແລະ ການປະຕິບັດສັນຍາຮັບຮູ້ຊຶ່ງກັນ ແລະ ກັນ (ການເຊື່ຶມໂຍງອາຊຽນ) ການຂັບເຄື່ອນທັງໝົດນີ້ເພື່ອໃຫ້ບັນລຸເປົ້າຫມາຍການບໍລິການຮັກສາປິ່ນປົວທີ່ມີຄຸນນະພາບ. ໃນຕໍ່ໜ້າ ພະຍາບານ ແລະ ຜະດຸງຄັນ ຜູ້ທີ່ໃຫ້ບໍລິການສຸຂະພາບໃນສະຖານທີ່ບໍລິການສຸຂະພາບທຸກຂັ້ນ ທຸກແຫ່ງ, ຕ້ອງມີໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ສົມບູນຈຶ່ງຖືກຕ້ອງຕາມກົດຫມາຍ. ຖ້າບໍ່ມີໃບອະນຸຍາດດັ່ງກ່າວ ຜູ້ກ່ຽວກໍບໍ່ສາມາດໃຫ້ບໍລິການຮັກສາປິ່ນປົວສຸຂະພາບ; ເພາະຖືວ່າຜູ້ກ່ຽວບໍ່ໄດ້ຖືກຮັບຮູ້ ຈາກສະພາຄຸ້ມຄອງວິຊາຊີບປິ່ນປົວ.
     ສະນັ້ນ, ການສອບເສັງດັ່ງກ່າວນີ້ມີຄວາມຄາດຫວັງໃຫ້ພະຍາບານ ແລະ ຜະດຸງຄັນຈົບໃໝ່ ມີເງື່ອນໄຂໄດ້ຮັບໃບອະນຸຍາດເຄື່ອນໄຫວປະກອບວິຊາຊີບປິ່ນປົວເບື້ອງຕົ້ນ ແລະ ສາມາດເຂົ້າຮ່ວມແຜນການຝຶກງານດ້ານວິຊາຊີບ 8 ເດືອນ, ເມື່ອຂະບວນການຝຶກງານວິຊາຊີບສຳເລັດແລ້ວ ຈະບໍ່ມີການສອບເສັງອີກ. ຫຼັງຈາກນັ້ນ, ພະຍາບານ ແລະ ຜະດຸງຄັນຈົບໃໝ່ຈະໄດ້ຮັບການຂື້ນທະບຽນເປັນຜູ້ປະກອບວິຊາຊີບປິ່ນປົວ, ຈະໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສົມບູນ ແລະ ຖືກວ່າຜູ້ກ່ຽວໄດ້ເປັນສະມາຊິກຂອງສະພາຄຸ້ມຂອງວິຊາຊີບປິ່ນປົວຢ່າງຖືກຕ້ອງ ຕາມກົດໝາຍ ແລະ ສາມາດປະກອບສ່ວນເຂົ້າໃນລະບົບບໍລິການຮັກສາສຸຂະພາບປິ່ນປົວໄດ້. ບົນພື້ນຖານຖອດຖອນບົດຮຽນໄລຍະຜ່ານມາ, ເພື່ອບັນລຸໃຫ້ໄດ້ມາດຕະຖານຂອງຂົງເຂດ ແລະ ສາກົນ