ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

25/01/2023

ພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ


     ມະຫາວິທະຍາໄລວິທະຍາສາດສຸຂະພາບ ຮ່ວມກັບ ສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ ຫ້ອງປະຊຸມໃຫຍ່ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ວິທະຍາເຂດດົງໂພສີ
ຈຸດປະສົງເພື່ອມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວ ທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວ.
ເຊີ່ງມີຜູ້ເຂົ້າຮ່ວມຈາກ ສະພາຄຸ້ມຄອງວິຊາຊີບປິ່ນປົວ, ກົມມະຫາພາກຂອງກະຊວງສາທາລະນະສຸກ, ບັນດາອາຈານ, ຄະນະກໍາມະການສະເພາະກິດ, ບັນດາຜູ້ປະກອບວິຊາຊີບປິ່ນປົວ ທີ່ ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ຂອງ ມວສ ແລະ ຄູ່ຮ່ວມພັດທະນາ ໃຫ້ກຽດເຂົ້າຮ່ວມ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປະທານຮ່ວມໃນພິທີມີ 1. ທ່ານ ສຈ. ດຣ. ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ, 2. ທ່ານ ສຈ. ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, 3. ທ່ານ ຮສ. ປອ. ອາກາວ ລີວົງສາ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ.


     ໂດຍອີງຕາມກົດໝາຍວ່າດ້ວຍການປິ່ນປົວ ແລະ ຍຸດທະສາດວ່າດ້ວຍລະບົບການອອກໃບອະນຸຍາດປະກອບວິຊາຊີບປິ່ນປົວ ແລະ ການຂື້ນທະບຽນຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ແຕ່ປີ 2016-2025 ແລະ ບົດແນະນຳການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດ ເລກທີ 0182/ສວປ, ລົງວັນທີ 11 ຕຸລາ 2019.
ສປປລາວ ໄດ້ເລີ່ມຈັດຕັ້ງປະຕິບັດ ຍຸດທະສາດວ່າດ້ວຍການອອກໃບປະກອບວິຊາຊີບ ລະ ການຂື້ນທະບຽນ ຂອງສປປ ລາວ ແຕ່ປີ 2016 ເປັນຕົ້ນມາ, ພ້ອມທັງຄູ່ຮ່ວມພັດທະນາຫຼາຍພາກສ່ວນໄດ້ສະໜັບສະໜູນ ການສ້າງຕັ້ງລະບົບດັ່ງກ່າວ ເຊັ່ນ: ອົງການອະນາໄມໂລກ, ອົງການຮ່ວມມືສາກົນຍີ່ປຸ່ນ ແລະ ທະນາຄານ ພັດທະນາອາຊີ. ເພື່ອຮັບປະກັນຄຸນນະພາບຂອງແພດໝໍ ທີ່ສະໜອງການດູແລສຸຂະພາບທີ່ປອດໄພ ແລະ ມີຄຸນນະພາບໃຫ້ແກ່ປວງຊົນ.
ການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນໄຫວວຽກງານປິ່ນປົວ ຄັ້ງນີ້ ມີຈໍານວນທັງໝົດ 291 ທ່ານ ໃນນັ້ນມີທ່ານໝໍ ຊັ້ນປະລິນຍາຕຼີຂຶ້ນໄປ 125 ທ່ານ, ທັນຕະແພດຊັ້ນປະລິນຍາຕຼີຂຶ້ນໄປ 132 ທ່ານ, ພະຍາບານຊັ້ນສູງຂຶ້ນໄປ 28 ທ່ານ ແລະ ຜະດຸງຄັນຊັ້ນສູງຂຶ້ນໄປ 06 ທ່ານ, ຜູ້ປະກອບວິຊາຊີບປິ່ນປົວທີ່ໄດ້ຮັບໃບອະນຸຍາດຄັ້ງນີ້ແມ່ນ ຜູ້ທີ່ເຄື່ອນໄຫວວຽກງານສິດສອນ, ຄົ້ນຄວ້າວິທະຍາສາດ ແລະ ປິ່ນປົວ ຕາມພາລະບົດບາດຕົວຈິງຂອງແຕ່ລະທ່ານ.


     ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ມອບໃຫ້ໃນມື້ນີ້ ມີອາຍຸການ 5 ປີ, ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວຖືກຕ້ອງຕາມລະບຽບກົດໝາຍ ແລະ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ, ສະສົມຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື ພາສາສາກົນເອີ້ນວ່າ continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງວິຊາຊີບປິ່ນປົວໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນທຸກໆ 5 ປີ.