ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

19/01/2023

ແຈ້ງການ: ການສອບເສັງລະດັບຊາດສຳລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 3 ປີ 2022


ແຈ້ງການ: ການສອບເສັງລະດັບຊາດ

ສຳລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 3 ປີ 2022

 

ການສອບເສັງລະດັບຊາດຄັ້ງທີ 3 ສົກປີ 2022 ຈະໄດ້ຈັດຂື້ນ 2 ວັນ: ວັນທີ 04-05 ກຸມພາ 2023 (ວັນເສົາ ແລະ ວັນອາທິດ), ເວລາ 8:00 – 16:00. ສະຖານທີ່ຈັດການສອບເສັງ: ຢູ່ 09 ສູນສອບເສັງຄື:

1.   ຄະນະພະຍາບານສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ

2.   ວິທະຍາໄລວິທະຍາສາດສຸຂະພາບຫຼວງພະບາງ

3.   ວິທະຍາໄລວິທະຍາສາດສຸຂະພາບສະຫວັນນະເຂດ

4.   ວິທະຍາໄລວິທະຍາສາດສຸຂະພາບຈຳປາສັກ

5.   ວິທະຍາໄລວິທະຍາສາດສຸຂະພາບຊຽງຂວາງ

         ໂຮງຮຽນສາທາລະນະສຸກອຸດົມໄຊ

7.   ໂຮງຮຽນສາທາລະນະສຸກຄຳມ່ວນ

8.    ໂຮງຮຽນພະຍາບານສາດເຕັກນິກແຂວງວຽງຈັນ

9.    ສູນສາທາລະນະສຸກຂັ້ນຕົ້ນສາລະວັນ

ວິຊາສອບເສັງ: ພະຍາບານ 6 ວິຊາ ແລະ ຜະດຸງຄັນ 6 ວິຊາ


ຜູ້ທີ່ຕ້ອງການສອບເສັງ ແລະ ສອບເສັງຄືນເພື່ອຮັບເອົາໃບອະນຸຍາດປະກອບວິຊາຊີບປິ່ນປົວເບື້ອງຕົ້ນ ກະລຸນາມາຮັບເອົາແບບຟອມຕາມສູນສອບເສັງ ຫຼື ດາວໂຫຼດຜ່ານທາງເວບໄຊຂອງ ສະພາຄຸ້ມຄອງວິຊາຊີບປິ່ນປົວ ໂດຍການກົດທີ່ລິ້ງແບບຟອມ (ກົດທີ່ນີ້ເພື່ອດາວໂຫຼດແບບຟອມສະໝັກສອບເສັງ =>ລິ້ງແບບຟອມສອບເສັງ, ລິ້ງແບບຟອມຂໍໃບອານຸຍາດເບື້ອງຕົ້ນ) ແລະ ລົງທະບຽນອອນລາຍຕາມ QR code ທັງສອງລຸ່ມນີ້:

1. QR code ສະໝັກສອບເສັງ

2. QR code ສະໝັກເອົາໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ


- ຫຼືທ່ານສາມາດສະໝັກອອນລາຍໂດຍການກົດຂ້າງລຸ່ມນີ້:

1. ສະໝັກສອບເສັງ <= ກົດທີ່ນີ້

2. ສະໝັກເອົາໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ <= ກົດທີ່ນີ້


- ສາມາດກວດສອບການສະໝັກໂດຍການກົດຂ້າງລຸ່ມນີ້:

1. ກວດສອບການສະໝັກສອບເສັງ <= ກົດທີ່ນີ້

2. ກວດສອບການສະໝັກເອົາໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວເບື້ອງຕົ້ນ <= ກົດທີ່ນີ້

ໝາຍເຫດ:

- ສໍາລັບຜູ້ທີ່ສອບເສັງຄືນສາມາດກວດເບິ່ງວິຊາທີ່ເສັງຕົກໄດ້ທີ່ນີ້ => ກວດສອບວິຊາທີ່ເສັງຕົກ

- ຖ້າໄດ້ປະກອບຟອມແລ້ວ ບໍ່ສະໝັກທາງອອນລາຍແມ່ນຈະບໍ່ພິຈາລະນາເອກະສານ

- ການສົ່ງແບບຟອມແມ່ນໃຫ້ສົ່ງສະຖານທີ່ທີ່ທ່ານໄດ້ແບບຟອມບໍ່ໃຫ້ກາຍວັນທີ 25 ມັງກອນ 2023.