ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

12/12/2022

ກອງປະຊຸມ ວິຊາການດ້ານການສ້າງຄໍາຖາມ MCQ ການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ III


ກອງປະຊຸມ ວິຊາການດ້ານການສ້າງຄໍາຖາມ MCQ ສໍາລັບການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ III


ວັນທີ 5 ຫາວັນທີ 9 ທັນວາ 2022 ທີ່ຫ້ອງປະຊຸມພັດຕະຄານ ແລະ ສວນອາຫານຊົມວິວ, ເມືອງ ວັງວຽງ, ແຂວງ ວຽງຈັນ.

ບອດພະຍາບານ ແລະ ຜະດຸງຄັນ ຮ່ວມກັບ ໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບແບບຍືນຍົງ (JICA) ໄດ້ຈັດກອງປະຊຸມ ວິຊາການດ້ານການສ້າງຄໍາຖາມ MCQ ສໍາລັບການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ III ຊຶ່ງມີຫົວໜ້າບອດພະຍາບານ ແລະ ຜະດຸງຄັນ, ຫົວໜ້າບອດການແພດ, ຫົວໜ້າບອດທັນຕະແພດ, ມີບັນດາຄູອາຈານຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ ຄະນະພະຍາບານສາດ, ວິທະຍາໄລວິທະຍາສາດສຸຂະພາບ ແຂວງຫຼວງພະບາງ, ສະຫວັນນະເຂດ, ຈໍາປາສັກ, ໂຮງຮຽນສາທາລະນະສຸກ ແຂວງ ຊຽງຂວາງ, ອຸດົມໄຊ, ຄໍາມ່ວນ, ໂຮງຮຽນ ພະຍາບານສາດເຕັກນິກ ແຂວງວຽງຈັນ, ສູນອົບຮົມ ຮສຂ ແຂວງສາລະວັນ, ຄະນະອໍານວຍການ, ຄູອາຈານຈາກໂຮງໝໍສູນກາງ ແລະ ໂຮງໝໍແຂວງ ລວມທັງຜູ້ເຂົ້າຮ່ວມຜ່ານຊູມ (ອອນລາຍ) ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 78 ທ່ານ, ຍິງ 64 ທ່ານ.




ຈຸດປະສົງຫຼັກ

1)   ເພື່ອປັບແກ້ ແລະ ສ້າງຄໍາຖາມ MCQ ຂອງການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ

2)   ເພື່ອປັບປຸງແຜນຜັງຂໍ້ສອບເສັງ (Blueprint) ມີຄຸນນະພາບສູງຂຶ້ນ.

3)   ເພືີ່ອປັບປຸງ ແລະ ສ້າງຄໍາຖາມສອບເສັງ MCQ ເພີ່ມໃໝ່ໃຫ້ສໍາເລັດຕາມຄາດໝາຍທີ່ກໍານົດ.  

ກ່າວເປີດພິທີຢ່າງເປັນທາງການໂດຍທ່ານ ນາງ ແສງມະນີ ຄໍາບຸນເຮືອງ ຮອງຫົວໜ້າກໍາມະການວິຊາຊີບພະຍາບານ ແລະ ຜະດຸງຄັນ ສວປ; ຮອງຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ແລະ ທ່ານ ນາງ ກຽວໂກະ ໂກໂຕະ ຊິມະດະ ຫົວໜ້າໂຄງການພັດທະນາ ແລະ ຮັບປະກັນຄຸນນະພາບວິຊາຊີບແບບຍືນຍົງ

ບົດນຳສະເໜີໂດຍບອດພະຍາບານ ແລະ ຜະດຸງຄັນ:

+ການສ້າງ ແລະ ປັບແກ້ຄໍາຖາມ MCQ ສໍາລັບການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ເນື້ອໃນກ່າວເຖິງທິດສະດີຂອງຄໍາຖາມແບບເລືອກຕອບ (MCQ), ທົບທວນບັນດາກິດຈະກໍາໃນການສ້າງ ແລະ ປັບປຸງຄໍາຖາມ (MCQ) ສໍາລັບການສອບເສັງລະດັບຊາດ ຄັ້ງທີ II

+ສະຫຼຸບຜົນຂອງການປະເມີນແບບສະຖິຕິຂອງຄໍາຖາມ MCQ ສໍາລັບການສອບເສັງລະດັບຊາດ ຄັ້ງທີ II, ການສ້າງ ແລະ ການປັບແກ້ຄໍາຖາມ MCQ ສໍາລັບການສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ III 

+ປະຖົມນິເທດການເຮັດວຽກກຸ່ມ (MCQ) ແນະນໍາຈໍານວນຄໍາຖາມທີ່ຕ້ອງປັບປຸງ ແລະ ເພີ່ມໃສ່ໃນແຜນຜັງຂໍ້ສອບເສັງ (Blueprint) ສໍາລັບພະຍາບານ ແລະ ຜະດຸງຄັນ