ກະຊວງສາທາລະນະສຸກ
ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ

ໜ້າຫຼັກ / ລາຍລະອຽດຂ່າວ

25/08/2022

ກະຊວງສາທາລະນະສຸກກຽມຝຶກງານວິຊາຊີບ ຮອບ 2 ສຳລັບພະຍາບານ ຈົບໃໝ່ ຢູ່ 8 ແຂວງ


ກະຊວງສາທາລະນະສຸກກຽມຝຶກງານວິຊາຊີບ ຮອບ 2 ສຳລັບພະຍາບານ ຈົບໃໝ່ ຢູ່ 8 ແຂວງ 
ເພື່ອ ປະຕິບັດຕາມ ຍຸດທະຍາດວ່າດ້ວຍ ການອອກໃບປະກອບວິຊາຊີບປິ່ນປົວ ແລະ ການຂຶ້ນທະບຽນຂອງ ສປປ ລາວ 2016-2025. ສະພາຄຸ້ມຄອງວິຊາຊີບປິ່ນປົວ, ຄະນະກໍາມະການວິຊາຊີບ ພະຍາບານ ແລະ ຜະດຸງຄັນ ຮ່ວມກັບ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ໄດ້ເຊື້ອເຊີນຄະນະພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການ ຫຼື ຮອງອຳນວຍການໂຮງໝໍແຂວງ, ຜູ້ອຳນວຍການ ຫຼື ຮອງອຳນວຍການວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງຮຽນສາທາລະນະສຸກ, ໂຮງຮຽນ ພະຍາບານສາດ, ສູນຝຶກອົບຮົມ ຮສຂ ແລະ ຄູຄລີນິກຈາກ 4 ແຂວງພາກເໜືອ ວັນທີ່ 18-22 ແລະ 4 ແຂວງພາກໃຕ້ ວັນທີ່ 25-29, ແຂວງລະ 10 ທ່ານ ລວມທັງໝົດ 80 ທ່ານ. ເພື່ອເຂົ້າຮ່ວມການໄປທັດສະນະສຶກສາຢູ່ 4 ໂຮງໝໍສູນກາງ ບ່ອນທີ່ໄດ້ຈັດການຝຶກງານດ້ານວິຊາຊີບສໍາລັບພະຍາບານ   ຈົບໃໝ່ ຮອບທີ່ 1 ທີ່ໂຮງໝໍ: ມະໂຫສົດ, ມິດຕະພາບ, ເຊດຖາທິຣາດ ແລະ ໂຮງໝໍເດັກ. ພ້ອມກັນນັ້ນກໍ່ໄດ້ ເພີຍແຜ່ຫຼັກສູດວິຊາຊີບ, ແຜນການຝຶກງານ, ວິທີການນຳໃຊ້ອຸປະກອນການແພດ ແລະ ຮຸ່ນຈຳລອງ, ວິທີການປະເມີນ ເປັນເວລາ 2 ວັນ. ໃນໂອກາດດຽວກັນນີ້, ບັນດາຄູຄລີນິກໄດ້ເຂົ້າຮ່ວມການຝຶກອົບຮົມຄູຝຶກ (TOT) ເປັນເວລາ 3 ວັນ. ຈຸດປະສົງຂອງການທັດສະນະສຶກສາ ແລະ ການຝຶກອົບຮົມຄູຝຶກຄັ້ງນີ້ ເພື່ອໃຫ້ເຂົ້າໃຈບໍລິບົດກ່ຽວກັບການຝຶກງານດ້ານວິຊາຊີບສໍາລັບພະຍາບານຈົບໃໝ່ ທີ່ສອບເສັງລະດັບຊາດຜ່ານໄດ້ ແລະ ມີໃບປະກອບວິຊາຊີບປິ່ນປົວເບື້ອງຕົ້ນ ຕ້ອງມີປະສົບການໃນລະດັບໜຶ່ງໂດຍຜ່ານການຝຶກງານວິຊາຊີບໄລຍະ 8 ເດືອນ ໂດຍຜ່ານຂະບວນການປະເມີນ 4 ຄັ້ງ ສຳເລັດແລ້ວ ຈະບໍ່ມີການສອບເສັງອີກ, ແລ້ວຈະໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບສົມບູນ
ພະຍາບານຈົບໃໝ່ທີ່ສອບເສັງລະດັບຊາດໄດ້ ຈະໄດ້ເຂົ້າຮ່ວມການຝຶກງານວິຊາຊີບ 8 ເດືອນ ເພື່ອໃຫ້ໄດ້ຮັບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວສົມບູນ. ລະບົບນີ້ແມ່ນລະບົບໃໝ່ ເພື່ອຮັບປະກັນຂີດຄວາມສາມາດໃນການໃຫ້ບໍລິການທີ່ມີຄຸນນະພາບ ແລະ ປອດໄພ ແກ່ຜູ້ມາໃຊ້ບໍລິການຕາມນະໂຍບາຍ 5 ດີ 1 ພໍໃຈ ແລະ ນະໂຍບາຍການປະຕິຮູບສາທາລະນະສຸກທີ່ເນັ້ນໃສ່ການຍົກສູງຄຸນນະພາບການບໍລິການຮັກສາປິ່ນປົວໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໃນ ສປປ ລາວ.