ສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ຮ່ວມກັບ ຄະນະການນໍາແຂວງສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບ ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ ແຂວງ ສະຫວັນນະເຂດ ຂຶ້ນໃນວັນທີ 1 ພະຈິກ 2023 ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ. ຈຸດປະສົງ ກໍ່ເພື່ອມອບໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ ຜູ້ປະກອບວິຊາຊີບປິ່ນປົວທ່ານໝໍ, ທັນຕະແພດ, ພະຍາບານ ແລະ ຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ແຂວງ ສະຫວັນນະເຂດ ພ້ອມທັງແນະນໍາ ເອກະສານ ທີ່ ສໍາຄັນຄື ຈັນຍາບັນ, ຂອບເຂດ ແລະ ມາດຕະຖານການປະຕິບັດງານດ້ານວິຊາຊີບປິ່ນປົວ ແລະ ເໜັ້ນໜັກເຖິງ ຄວາມໝາຍ ຄວາມສໍາຄັນ ຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ, ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ມາຮັບບໍລິການສຸຂະພາບ ແລະ ຜູ້ໃຫ້ການບໍລິການສຸຂະພາບ ກໍ່ຄືຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ
ມີຜູ້ເຂົ້າຮ່ວມຈາກ ສູນກາງມີ: ບັນດາທ່ານຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ, ຕາງໜ້າບອດທ່ານໝໍ, ທັນຕະແພດ, ພະຍາບານ-ຜະດຸງຄັນ ແລະ ເພສັດຊະກໍາ ຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ. ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ.
ຂັ້ນແຂວງມີ: ຄະນະນໍາຂັ້ນແຂວງ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ຫ້ອງການສາທາລະນະສຸກເມືອງທັງ 15 ເມືອງ, ໂຮງໝໍຊຸມຊົນ ແລະ ຄະນະກໍາມະການສະເພາະກິດຂອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.